
ວັນທີ 2 ຕຸລານີ້ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອຸດົມໄຊ ລົງເຄື່ອນໄຫວ ພົບປະໂອ້ລົມ ຄະນະອຳນວຍການ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ວິທະຍາໄລເຕັກນິກວິຊາຊີບ ແບບປະສົມ ແຂວງອຸດົມໄຊ ໂດຍມີ ທ່ານ ສົມສັກ ສຸພິໄລ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະອຳນວຍການ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ພາຍໃນວິທະຍາໄລ ເຂົ້າຮ່ວມ.
ໃນການລົງພົບປະໂອ້ລົມຂອງທ່ານເຈົ້າແຂວງ ເພື່ອສະແດງເຖິງຄວາມເປັນຫ່ວງເປັນໄຍ ຕໍ່ ຄູ-ອາຈານ ທັງເປັນການຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະແມ່ນ ການຮຽນ-ການສອນ ຂອງວິທະຍາໄລ ທ່ານເຈົ້າແຂວງໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດ ການຮຽນ-ການສອນ ໄລຍະຜ່ານມາ ຈາກ ທ່ານ ໄກ່ອຳພອນ ພົມມະລີ ຮອງອຳນວຍການວິທະຍາໄລເຕັກນິກວິຊາຊີບ ແບບປະສົມ ເຊິ່ງປະຈຸບັນ ວິທະຍາໄລເຕັກນິກວິຊາຊີບແບບປະສົມແຂວງອຸດົມໄຊ ປະກອບມີ 5 ພາກວິຊາ ຄື: ພາກວິຊາກໍ່ສ້າງ-ເຄຫາສະຖານ, ເຕັກໂນໂລຊີລົດຍົນ, ເຕັກໂນໂລຊີໄຟຟ້າ, ກະສິກຳ ແລະ ພາກວິຊາຄະຫະກຳ ແລະ ຈັດຕັ້ງ ການຮຽນ - ການສອນ ໃນ 11 ສາຂາວິຊາສະເພາະ ຄື: ສາຂາວິຊາກໍ່ສ້າງ, ຊ່າງໄມ້, ລົດຍົນ, ຊ່າງຈອດ, ໄຟຟ້າເຕັກນິກ, ໄຟຟ້າເຄື່ອງເຢັນ, ປູກຝັງ, ລ້ຽງສັດ, ບໍລິການອາຫານ ແລະ ເຄື່ອງດື່ມ, ບໍລິການທ່ອງທ່ຽວ ແລະ ເດີນທາງ ແລະ ສາຂາຕັດຫຍິບ ຈັດການຮຽນ - ການສອນ ທັງໃນ ແລະ ນອກລະບົບ ຄື: ຝຶກອົບຮົມໄລຍະສັ້ນໃຫ້ແກ່ຊາວບ້ານ, ສາມັນວິຊາຊີບພັກສິ້ນປີຮຽນ ແລະ ຄູ່ຂະໜານໃນລະດັບ C1-C5, ມີ ພະນັກງານ, ຄູ-ອາຈານ ທັງໝົດ 78 ຄົນ, ຍິງ 22 ຄົນ, ມີນັກສຶກສາ C1-C5 ທັງໝົດ 976 ຄົນ, ຍິງ 375 ຄົນ.
ຈາກນັ້ນ ທ່ານເຈົ້າແຂວງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງວິທະຍາໄລ ຍາດມາໄດ້ໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ ພະນັກງານ, ຄູ-ອາຈານ ສືບຕໍ່ຈັດຈັ້ງປະຕິບັດບັນດາໂຄງການຫລັກສູດການສຶກສາໃຫ້ໄດ້ຮັບຜົນສຳເລັດ, ຖືເອົາວຽກງານການເມືອງແນວຄິດເປັນສຳຄັນ ເພື່ອສຶກສາອົບຮົມໃຫ້ແກ່ພະນັກງານ, ຄູ-ອາຈານ ໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມອົດທົນຕໍ່ຫນ້າທີ່ວຽກງານ, ມີຄວາມສາມັກຄີເປັນຈິດຫນຶ່ງໃຈດຽວ, ພ້ອມກັນປະຢັດມັດທະຍັດ ຕິດພັນກັບການ ສ້າງອາຊີບເສີມ ເພື່ອສ້າງເສດຖະກິດຄອບຄົວໃຫ້ມີຄວາມເຂັ້ມແຂງ ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງການຫັນປ່ຽນໃຫມ່ດ້ານຈິນຕະນາການ ເພື່ອນຳພາການເຄື່ອນໄຫວວຽກງານພາຍໃນວິທະຍາໄລໃຫ້ມີຄວາມເຂັ້ມແຂງ, ເປັນທີ່ຍອມຮັບຂອງສັງຄົມ ໂດຍສະເພາະແມ່ນການພັດທະນາດ້ານຫລັກສູດ ການຮຽນ-ການສອນ ໃຫ້ແທດເຫມາະກັບສະພາບການໃນປະຈຸບັນ ແລະ ອານາຄົດ ທັງເປັນການຝຶກທັກສະແລະສ້າງປະສົບການໃຫ້ແກ່ວິຊາການແລະນັກສຶກສາ. ສໍາລັບ ນັກສຶກສາ ຕ້ອງເອົາໃຈໃສ່ຕັ້ງຫນ້າຄົ້ນຄວ້າຮ່ຳຮຽນ ຝຶກຝົນຫຼໍ່ຫຼອມຕົນເອງ ໂດຍຖືເອົາການສຶກສາເປັນສຳຄັນ ເພື່ອພັດທະນາ ແລະ ສ້າງອາຊີບໃຫ້ແກ່ຕົນເອງໃນອານາຄົດ. ໂອກາດດັ່ງກ່າວ ທ່ານເຈົ້າແຂວງ ຍັງໄດ້ໄປຢ້ຽມເບິ່ງການປະຕິບັດ ການຮຽນ-ການສອນ ຂອງແຕ່ລະພາກວິຊາພາຍໃນວິທະຍາໄລ.





